logo

Bansiacdemy

ກຸ່ມບັນຊີ-ການເງິນ ເພື່ອການຮຽນຮູ້

ມາໃຫມ່
ຫ້ອງສະຫມຸດ
ຮ້ານຫນັງສື
ເຟີກຫັດ
VDO
ໂປແກຣມ Accounting
ໂປແກຣມ Tax invoice
ກວດສອບບັນຊີ Auditing

ສ່ວຍສາອາກອນ ແລະ ພາສີ ຄືກັນ ຫລື ຕ່າງກັນແນວໃດ

ຫມວດ: ບັນຊີທົ່ວໄປ
photo
ສ່ວຍສາອາກອນ ແລະ ພາສີ ຄືກັນ ຫລື ຕ່າງກັນແນວໃດ?
ວັນທີ: 25-07-2023 9:34 PM
ອ່ານທັງຫມົດ

ຖ້າເວົ້າເຖິງ ຜູ້ປະກອບການ ຫຼື ເຈົ້າຂອງທຸລະກິດ ບໍ່ວ່າຈະເປັນທຸລະກິດນ້ອຍ ຫຼື ໃຫຍ່ ສິ່ງທີ່ຕ້ອງມີແທ້ໆ ຄື ທັກສະທີ່ຊ່ວຍໃຫ້ຢູ່ລອດໄດ້ໃນໄລຍະຍາວ ໂດຍມີ 3 ຂໍ້ທີ່ເປັນຫຼັກທີ່ສຳຄັນທີ່ສຸດ ດັ່ງນີ້:

ຫມວດ: ບໍລິຫານ
photo
ຖ້າເວົ້າເຖິງ ຜູ້ປະກອບການ ຫຼື ເຈົ້າຂອງທຸລະກິດ ບໍ່ວ່າຈະເປັນທຸລະກິດນ້ອຍ ຫຼື ໃຫຍ່ ສິ່ງທີ່ຕ້ອງມີແທ້ໆ ຄື ທັກສະທີ່ຊ່ວຍໃຫ້ຢູ່ລອດໄດ້ໃນໄລຍະຍາວ ໂດຍມີ 3 ຂໍ້ທີ່ເປັນຫຼັກທີ່ສຳຄັນທີ່ສຸດ ດັ່ງນີ້: 3 ທັກສະນີ້ໄດ້ແກ່: 1. ການເງິນ → ຮັກສາເລືອດຂອງທຸລະກິດ 2. ຄົນ ແລະ ທີມ → ສ້າງກ້າມເນື້ອໃຫ້ທຸລະກິດເຕີບໂຕ 3. ຍຸທະສາດ ແລະ ການແກ້ບັນຫາ → ເປັນສະໝອງທີ່ນຳພາທຸລະກິດໄປຖືກທິດ ແລະ ເປົ້າໝາຍກຳນົດ. ເພື່ອໃຫ້ເຫັນພາບລະອຽດຂຶ້ນ ຈະຂໍຂະຫຍາຍຄວາມດັ່ງນີ້: 1. ທັກສະການຄຸ້ມຄອງການເງິນ (Financial Management) ຮູ້ຈັກການວາງແຜນກະແສເງິນສົດ (Cash Flow), ແຍກໃຫ້ອອກລະຫວ່າງ ກຳໄລ ກັບ ເງິນສົດທີ່ໝູນວຽນຢູ່ໃນທຸລະກິດ, ຕັດສິນໃຈກ່ຽວກັບການລົງທຶນ, ກູ້ຢືມ, ຫຼື ຊຳລະໜີ້ດ້ວຍເຫດຜົນ ແລະ ເຂົ້າໃຈຕົວເລກພື້ນຖານທາງການເງິນ ເຊັ່ນ: ກຳໄລຂັ້ນຕົ້ນ (Gross Profit), ຈຸດຄຸ້ມທຶນ (Break-even) ແລະ ຜົນຕອບແທນຈາກການລົງທຶນ (ROI) ເປັນຕົ້ນ. - ເພາະທຸລະກິດຫຼາຍແຫ່ງລົ້ມເຫຼວ ບໍ່ແມ່ນຍ້ອນ “ຂາຍບໍ່ໄດ້” ແຕ່ຍ້ອນ “ເງິນສົດໝູນບໍ່ທັນ” 2. ທັກສະການບໍລິຫານຄົນ ແລະ ທີມງານ (People & Leadership Skills) ຈັດສັນໃຫ້ຄົນຢູ່ໃນຕຳແໜ່ງທີ່ເໝາະສົມ (Right People, Right Job), ສ້າງແຮງຈູງໃຈ ແລະ ຄວາມຜູກພັນໃຫ້ກັບທີມງານ, ສື່ສານຢ່າງຊັດເຈນ ເພື່ອຫຼຸດຜ່ອນຄວາມເຂົ້າໃຈຜິດ ແລະ ກ້າມອບໝາຍ ແລະ ໄວ້ວາງໃຈທີມງານ. - ເຈົ້າຂອງທຸລະກິດທີ່ເຮັດທຸກຢ່າງດ້ວຍຕົນເອງຈະເມື່ອຍເກີນໄປ ແລະ ອາດສູນເສຍທິດທາງແບບບໍ່ຮູ້ໂຕ ດ້ວຍເຫດນັ້ນ ການສ້າງທີມ ແລະ ລະບົບທີ່ດີ ຄືຫົວໃຈຂອງການຂະຫຍາຍທຸລະກິດ. 3. ທັກສະການຄິດແບບກົນລະຍຸດ ແລະ ແກ້ບັນຫາ (Strategic Thinking & Problem Solving) ເບິ່ງໃຫ່ເຫັນພາບລວມ ແລະ ແນວໂນ້ມຂອງຕະຫຼາດ ຫຼື ຄູ່ແຂ່ງ, ຄິດວິເຄາະໂອກາດ ແລະ ຄວາມສ່ຽງກ່ອນຕັດສິນໃຈ, ປັບຕົວໄດ້ໄວເມື່ອສະຖານະການປ່ຽນແປງ ແລະ ໃຊ້ຂໍ້ມູນ (Data-driven) ຫຼາຍກວ່າຄວາມຮູ້ສຶກ. - ທຸລະກິດປ່ຽນແປງໄວຫຼາຍ. ຖ້າຂາດການເບິ່ງອະນາຄົດ ແລະ ການວາງແຜນທີ່ດີ ກໍຈະຖືກຕະຫຼາດປະໄວ້ຂ້າງຫຼັງ.
ວັນທີ: 18-11-2025 7:24 AM
ອ່ານທັງຫມົດ

ບໍລິສັດທ່ານເຄີຍເປັນບໍ່ ຊື້ເຄື່ອງແລ້ວບໍ່ມີບິນອາກອນມາລົງບັນຊີ ພໍຖືກໄລ່ລຽງແລ້ວ ບໍ່ສາມາດລົງເປັນລາຍຈ່າຍທາງອາກອນໄດ້ ແລ້ວເຮັດໃຫ້ເສຍອາກອນກຳໄລສູງຂຶ້ນ ມີຂອງແຖມເປັນຄ່າປັບໄໝ 50%

ຫມວດ: ບັນຊີທົ່ວໄປ
photo
ບໍລິສັດທ່ານເຄີຍເປັນບໍ່ ຊື້ເຄື່ອງແລ້ວບໍ່ມີບິນອາກອນມາລົງບັນຊີ ພໍຖືກໄລ່ລຽງແລ້ວ ບໍ່ສາມາດລົງເປັນລາຍຈ່າຍທາງອາກອນໄດ້ ແລ້ວເຮັດໃຫ້ເສຍອາກອນກຳໄລສູງຂຶ້ນ ມີຂອງແຖມເປັນຄ່າປັບໄໝ 50% ຖ້າທ່ານບໍ່ມີບິນອາກອນມາລົງບັນຊີ ໃນກົດໝາຍກຳນົດໄວ້ຊັດເຈນວ່າ ບໍ່ສາມາດຮັບຮູ້ເປັນລາຍຈ່າຍທາງອາກອນໄດ້. ດັ່ງນັ້ນ, ຈຶ່ງຖືກເກັບອອກຈາກລາຍຈ່າຍທາງອາກອນ ສົມມຸດວ່າ: ມີລາຍຮັບ = 1000 ລາຍຈ່າຍ = 800 ກຳໄລ = 200 ອາກອນກຳໄລຄວນເທົ່າ= 200*20% =40 ແຕ່ຖ້າໃນການກວດກາ ເຫັນວ່າ ລາຍຈ່າຍບໍ່ມີບິນອາກອນເຄິ່ງໜຶ່ງ = 400 ຈະຖືກເກັບອອກ ສະນັ້ນ, ອາກອນກຳໄລຈະຖືກຄິດໄລ່ໃໝ່ = ກຳໄລກ່ອນອາກອນ + ລາຍຈ່າຍທີ່ບໍ່ອະນຸຍາດ ອາກອນກຳໄລ = (200 + 400)*20%=120 ເຊິ່ງມອບແລ້ວ ຕ້ອງໄດ້ມອບຕື່ມ = 120-40 =80 ແລະ ຂະນະດຽວກັນກໍຈະຖືກປັບໄໝອີກ 80*50%=40 ດັ່ງນັ້ນ. ບໍລິສັດ ຫລື ວິສາຫະກິດ ຄວນມີສະຕິໃນການເກັບບິນ ຫລື ໃບເກັບເງິນອາກອນ ໃນການດຳເນີນທຸລະກິດ ເດີ
ວັນທີ: 19-09-2025 7:41 AM
ອ່ານທັງຫມົດ

ການລົງບັນຊີຈັດຊື້ ກໍລະນີລາຄາລວມອາກອນ, ບໍ່ລວມອາກອນ ແລະ ລວມເປັນຕົ້ນທຶນ ຕ່າງກັນແນວໃດ

ຫມວດ: ບັນຊີທົ່ວໄປ
photo
ການລົງບັນຊີຈັດຊື້ ກໍລະນີ ລາຄາລວມອາກອນ, ບໍ່ລວມອາກອນ, ອາກອນທ້າຍບິນ ແລະ ລວມເປັນຕົ້ນທຶນ ຕ່າງກັນແນວໃດ
ວັນທີ: 20-07-2023 9:52 PM
ອ່ານທັງຫມົດ

ອັດຕາສ່ວນທາງການເງິນ (Financial Ratios)

ຫມວດ: ບັນຊີທົ່ວໄປ
photo
ອັດຕາສ່ວນທາງການເງິນ (Financial Ratios)
ວັນທີ: 06-05-2021 7:18 AM
ອ່ານທັງຫມົດ

ການປະກອບເອກະສານຂໍໃບອະນຸຍາດນໍາເຂົ້າຊົ່ວຄາວ ແລະ ສົ່ງອອກຄືນ ພາຫະນະທາງບົກ ເລກທີ 3239/ຫກ ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025

ຫມວດ: ກົດໝາຍ
photo
ການປະກອບເອກະສານຂໍໃບອະນຸຍາດນໍາເຂົ້າຊົ່ວຄາວ ແລະ ສົ່ງອອກຄືນ ພາຫະນະທາງບົກ ເລກທີ 3239/ຫກ ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025
ວັນທີ: 18-12-2025 3:15 PM
ອ່ານທັງຫມົດ

ຕົວຢ່າງ: ການບັນທຶກບັນຊີ ກ່ຽວກັບ ການຫັກເງິນແຮ ເພື່ອລາຍຈ່າຍ

ຫມວດ: ບັນຊີທົ່ວໄປ
photo
ບໍລິສັດ ລວຍຈິງໆ ຈໍາກັດ ໃນວັນ 20 ທັນວາ ປີ n ພະແນກຝ່າຍຂາຍ ໄດ້ແຈ້ງໃຫ້ຜູ້ບໍລິຫານ ຂອງບໍລິສັດຊາບວ່າ ສິນຄ້າທີ່ໄດ້ສົ່ງມອບໃຫ້ລູກຄ້າ ຈໍານວນໜຶ່ງມີບັນຫາ ແລະ ຈະຕ້ອງຖືກປັບໃໝ ເປັນມູນຄ່າ 10.000.000 ກີບ, ຮອດທ້າຍປີ ຄ່າປັບໃໝຍັງບໍ່ທັນໄດ້ຈ່າຍ ຍ້ອນບໍ່ທັນໄດ້ຮັບການແຈ້ງຈາກລູກຄ້າ
ວັນທີ: 13-05-2023 9:18 PM
ອ່ານທັງຫມົດ

ຫຼັກການ CAMPARI ໃນການວິເຄາະສິນເຊື່ອ

ຫມວດ: ການເງິນ
photo
ຫຼັກການ CAMPARI ໃນການວິເຄາະຄຸນນະພາບໃນການຂໍສິນເຊື່ອ ໂດຍພິຈາລະນາເຖິງປັດໄຈຕ່າງໆຂອງຜູ້ຂໍສິນເຊື່ອ ປະກອບດ້ວຍປັດໄຈຕ່າງໆ 7 ປະການດັ່ງນີ້ :
ວັນທີ: 21-05-2021 2:11 PM
ອ່ານທັງຫມົດ

ຄວາມໝາຍຂອງອັດຕາສ່ວນປະສິດທິພາບ (Efficiency Ratios) ແມ່ນຫຍັງ ທາງ Bansi Academy ຈະເລົ່າສູ່ຟັງ:

ຫມວດ: ການເງິນ
photo
ຄວາມໝາຍຂອງອັດຕາສ່ວນປະສິດທິພາບ (Efficiency Ratios) ແມ່ນຫຍັງ ທາງ Bansi Academy ຈະເລົ່າສູ່ຟັງ: ອັດຕາສ່ວນປະສິດທິພາບ ແມ່ນກຸ່ມຕົວຊີ້ວັດທາງການເງິນທີ່ໃຊ້ວັດແທກວ່າທຸລະກິດໃຊ້ຊັບພະຍາກອນ (ເຊັ່ນ: ສິນຄ້າໃນສາງ, ລູກໜີ້, ຊັບສິນຕ່າງໆ) ມີປະສິດທິພາບສູງພຽງໃດໃນການສ້າງລາຍຮັບ ຫຼື ກຳໄລ. ເວົ້າແບບງ່າຍໆ = ມັນສະແດງໃຫ້ເຫັນວ່າທຸລະກິດໃຊ້ສິ່ງທີ່ມີຢູ່ໄດ້ຄຸ້ມຄ່າປານໃດ. ອັດຕາສ່ວນທີ່ສຳຄັນໄດ້ແກ່: (1) ອັດຕາສ່ວນການຫມູນວຽນສິນຄ້າຄົງຄັງ (Inventory Turnover Ratio) ສູດ ອັດຕາສ່ວນການຫມູນວຽນສິນຄ້າຄົງຄັງ} = ຕົ້ນທຶນຂາຍ (COGS)/ສິນຄ້າຄົງຄັງສະເລ່ຍ ບອກຫຍັງ? ວັດແທກວ່າສິນຄ້າຄົງຄັງຖືກຂາຍອອກໄວປານໃດ (ຂາຍໄດ້ຈັກຮອບຕໍ່ປີ). - ຖ້າຄ່າສູງ → ສິນຄ້າຫມູນວຽນໄວ, ບໍ່ມີສິນຄ້າຄ້າງສາງ. - ຖ້າຄ່າຕ່ຳ → ອາດເກັບສິນຄ້າໄວ້ດົນ, ເຮັດໃຫ້ເງິນຈົມ. ຕົວຢ່າງ ຕົ້ນທຶນຂາຍ (COGS) = 1,200,000 ກີບ/ປີ ສິນຄ້າຄົງຄັງສະເລ່ຍ = 300,000 ກີບ ອັດຕາສ່ວນການຫມູນວຽນສິນຄ້າຄົງຄັງ = 1,200,000 ÷ 300,000 = 4 ຮອບ/ປີ ໝາຍຄວາມວ່າ: ສິນຄ້າຖືກຂາຍ ແລະ ຫມູນວຽນ 4 ຄັ້ງຕໍ່ປີ, ຫຼື ປະມານທຸກໆ 3 ເດືອນ. (2) ອັດຕາສ່ວນການຫມູນວຽນຊັບສິນລວມ (Asset Turnover Ratio) ສູດ ອັດຕາສ່ວນການຫມູນວຽນຊັບສິນລວມ = ຍອດຂາຍສຸທິ (Net Sales)/ຊັບສິນລວມສະເລ່ຍ ບອກຫຍັງ? ວັດແທກວ່າທຸລະກິດໃຊ້ຊັບສິນທີ່ມີຢູ່ສ້າງຍອດຂາຍໄດ້ຄຸ້ມຄ່າປານໃດ. - ຖ້າຄ່າສູງ → ໃຊ້ຊັບສິນມີປະສິດທິພາບດີ. - ຖ້າຄ່າຕ່ຳ → ອາດລົງທຶນໃນຊັບສິນຫຼາຍເກີນໄປ ແຕ່ສ້າງຍອດຂາຍໄດ້ໜ້ອຍ. ຕົວຢ່າງ ຍອດຂາຍສຸທິ = 5,000,000 ກີບ/ປີ ຊັບສິນລວມສະເລ່ຍ = 2,500,000 ກີບ ອັດຕາສ່ວນການຫມູນວຽນຊັບສິນລວມ = 5,000,000 ÷ 2,500,000 = 2 ໝາຍຄວາມວ່າ: ທຸລະກິດໃຊ້ຊັບສິນ 1 ກີບ ສ້າງຍອດຂາຍໄດ້ 2 ກີບ. ລວມຄວາມແລ້ວ ອັດຕາສ່ວນການຫມູນວຽນສິນຄ້າໃນສາງ → ສະແດງໃຫ້ເຫັນວ່າສິນຄ້າໃນສາງຫມູນວຽນໄວປານໃດ. ອັດຕາສ່ວນການຫມູນວຽນຊັບສິນລວມ → ສະແດງໃຫ້ເຫັນວ່າຊັບສິນຂອງບໍລິສັດຖືກໃຊ້ສ້າງຍອດຂາຍໄດ້ຄຸ້ມຄ່າປານໃດ. ທັງສອງອັດຕາສ່ວນນີ້ຊ່ວຍໃຫ້ຜູ້ບໍລິຫານຮູ້ວ່າ “ການໃຊ້ຊັບພະຍາກອນມີປະສິດທິພາບພຽງພໍ” ຫຼື ຕ້ອງປັບປຸງໃນການເລັ່ງຂາຍ, ຫຼຸດຕົ້ນທຶນ ຫຼື ປັບການໃຊ້ຊັບສິນ.
ວັນທີ: 28-10-2025 8:19 AM
ອ່ານທັງຫມົດ

ການຈັດຫາເງິນທຶນໂດຍການເຊົ່າແມ່ນຫຍັງ?

ຫມວດ: ບໍລິຫານ
photo
ການເຊົ່າຊັບສິນເປັນອີກວິທີໜຶ່ງ ທີ່ຈະເຮັດໃຫ້ທຸລະກິດສາມາດໄດ້ຊັບສົມບັດດວ້ຍການ ເຊົ່າເຊັ່ນ: ທີ່ດິນ, ເຄື່ອງ ຈັກ, ອຸປະກອນຕ່າງໆ ມາຮັບໃຊ້ໃນການດໍາເນີນງານໂດຍບໍ່ຕ້ອງຈ່າຍເງິນລົງທຶນເປັນຈຳນວນຫຼວງຫຼາຍ,
ວັນທີ: 29-06-2023 1:46 PM
ອ່ານທັງຫມົດ
ຫມວດຫມູ່ຂ່າວສານ
  • ບັນຊີທົ່ວໄປ
  • ກົດໝາຍ
  • ການເງິນ
  • ຫ້ອງສະຫມຸດ
  • ປະຖົມ-ມັດທະຍົມ
  • ການຕະຫລາດ (Marketing)
  • ເສດຖະສາດ
  • ບໍລິຫານ
  • ເອກະສານທາງການ
  • ສະໝັກງານ Hiring
  • ກວດສອບບັນຊີ Auditing
  • ຄູ່ມືນຳໃຊ້ໂປຣແກຣມ ປະກາຍທິບ (Pakaithip Software)
ຮ້ານຫນັງສື eBook
ທັງຫມົດ
ບັນຊີວິສາຫະກິດ I : ການວິເຄາະ ແລະ ການເດີນບັນຊີ (ລະບົບປີ 2020)
ບັນຊີວິສາຫະກິດ I : ການວິເຄາະ ແລະ ການເດີນບັນຊີ (ລະບົບປີ 2020)50,000
Grammar Parts of Speech   Lesson 1. Pronoun (ຄຳແທນນາມ)
Grammar Parts of Speech Lesson 1. Pronoun (ຄຳແທນນາມ)free
ຜັງບັນຊີ (ລະບົບປີ 2020 ສະບັບທີ່ມີ ພາສາລາວ ແລະ ພາສາອັງກິດ) ສຳລັບວິສາຫະກິດທີ່ບໍ່ຮັບໃຊ້ຜົນປະໂຫຍດສາທາລະນະ
ຜັງບັນຊີ (ລະບົບປີ 2020 ສະບັບທີ່ມີ ພາສາລາວ ແລະ ພາສາອັງກິດ) ສຳລັບວິສາຫະກິດທີ່ບໍ່ຮັບໃຊ້ຜົນປະໂຫຍດສາທາລະນະfree
(ແຈກຟຣີ) ປື້ມຄູ່ມືແນະນຳກ່ຽວກບັການອອກໃບອະນຸຍາດ ດຳເນີນທຸລະກິດຢູ່ ສປປລາວ ປີ 2021
(ແຈກຟຣີ) ປື້ມຄູ່ມືແນະນຳກ່ຽວກບັການອອກໃບອະນຸຍາດ ດຳເນີນທຸລະກິດຢູ່ ສປປລາວ ປີ 2021 free