ຫ້ອງຮຽນອອນລາຍ
ຫລັກສູດ: ພື້ນຖານການບັນຊີ, ອາກອນ ແລະ ການບັນຊີວິສາຫະກິດ (Basic Accounting and LFRS)
ເນື້ອໃນສຳຄັນ ການຝຶກອົບຮົມ:
1. ຫຼັກການ, ລະບຽບການ, ການຄິດໄລ່ ແລະ ເຕັກນິກການບັນທຶກບັນຊີ:
ການວິເຄາະບັນຊີ, ຜັງບັນຊີ, ການຈັດຊື້ສິນຄ້າ, ບັນຊີສາງ, ບັນຊີລາຍຮັບ, ເງິນເດືອນ, ລາຍຈ່າຍການຈຳໜ່າຍ, ບໍລິຫານ ແລະ ອື່ນໆ, ຊັບສົມບັດຄົງທີ່, ຄ່າຫຼຸ້ຍຫ້ຽນ, ເງິນຕາຕ່າງປະເທດ... ການບັນທຶກບັນຊີປະຈຳວັນ ໃນໂປຣແກຣມບັນຊີ
2. ການບັນຊີອາກອນ (Tax Accounting):
ອາກອນມູນຄ່າເພີ່ມ, ອາກອນເງິນເດືອນ, ອາກອນກຳໄລ ແລະ ການອອກບິນອາກອນທີ່ຖືກຕ້ອງ
3. ການສ້າງປຶ້ມບັນຊີ, ປຶ້ມຕິດຕາມ ແລະ ໃບດຸນດ່ຽງ:
ປຶ້ມບັນຊີປະຈຳວັນ, ປື້ມບັນຊີໃຫຍ່ແຍກປະເພດ, ປຶ້ມຕິດຕາມເງິນສົດ, ປຶ້ມຕິດຕາມເງິນຝາກທະນາຄານ, ໃບດຸ່ນດ່ຽງທົ່ວໄປ, ໃບສັງລວມ ລາຍຮັບ ແລະ ລາຍຈ່າຍ …
4. ການສ້າງ ເອກະສານລາຍງານການເງິນ:
ໃບລາຍງານຖານະການເງິນ (ຊັບສິນ, ໜີ້ສິນ ແລະ ທຶນ), ໃບລາຍງານຜົນການດຳເນີນງານ ແລະ ບົດອະທິບາຍ
5. ຝຶກຊ້ອມການລົງບັນຊີຕົວຈິງ
ມີໃບຢັ້ງຢືນທາງການຄ້າ ແລະ ໂປຣແກຣມບັນຊີວິສາຫະກິດ ທີ່ຮັບຮອງກະຊວງການເງິນ ໃຫ້ນຳໃຊ້ເປັນເຄື່ອງມືໃນການຝຶກຊ້ອມໃນການລົງບັນຊີ ຕາມໄຟລ໌ເອກະສານຢັ້ງຢືນ.
6. ມີຫ້ອງສົນທະນາ (Chat) ເພື່ອຕິດຕໍ່ທີມຄູຝຶກຜູ້ມີປະສົບການ ດ້ານ ທີ່ປຶກສາບັນຊີ ແລະ ກວດສອບ ໃນການແກ້ໄຂຂໍ້ຂ້ອງໃຈ
7. ມີແບບທົດສອບ ເພື່ອໃບຢັ້ງຢືນການປະຕິບັດງານ ແລະ ທັກສະທາງບັນຊີ
Bansi Academy team (ລົງທະບຽນທີ່ເບີ 020 5977 5557)