
ໂຄງສ້າງເງິນເດືອນ ແມ່ນການຈັດລະບົບການຈ່າຍເງິນໃຫ້ພະນັກງານ ເພື່ອຕອບແທນວຽກງານທີ່ເຂົາເຈົ້າເຮັດ. ໂຄງສ້າງນີ້ຈະມີຫຼາຍສ່ວນປະກອບ ທີ່ຂຶ້ນກັບ:
- ລັກສະນະຂອງທຸລະກິດ (ເຊັ່ນ: ຂາຍສິນຄ້າ, ບໍລິການ ຫຼື ການຜະລິດ)
- ຂະໜາດຂອງອົງກອນ (ນ້ອຍ, ກາງ ຫຼື ໃຫຍ່)
- ນະໂຍບາຍການບໍລິຫານພະນັກງານ
ໂດຍປົກກະຕິ, ໂຄງສ້າງເງິນເດືອນຈະມີສ່ວນປະກອບສຳຄັນດັ່ງນີ້:
ສ່ວນປະກອບຂອງໂຄງສ້າງເງິນເດືອນ
1. ເງິນເດືອນພື້ນຖານ (Basic Salary)
ເປັນເງິນຫຼັກທີ່ພະນັກງານໄດ້ຮັບ ຕາມຕຳແໜ່ງ ແລະ ໜ້າທີ່ຂອງເຂົາເຈົ້າ.
ຈຳນວນເງິນຈະປັບຕາມ: ປະສົບການ, ລະດັບການສຶກສາ ແລະ ທັກສະສ່ວນຕົວ
2. ຄ່າຕອບແທນພິເສດ (Allowances)
ເປັນເງິນເພີ່ມທີ່ຊ່ວຍສະໜັບສະໜູນການດຳລົງຊີວິດ ຫຼື ການເຮັດວຽກ ເຊັ່ນ: ຄ່າຄອງຊີບ, ຄ່າຕຳແໜ່ງ, ຄ່າລົດ ຫຼື ຄ່າເດີນທາງ, ຄ່າອາຫານ ແລະ ຄ່າເຊົ່າເຮືອນ
3. ຄ່າລ່ວງເວລາ (Overtime Pay)
ເງິນທີ່ຈ່າຍໃຫ້ພະນັກງານ ຖ້າເຂົາເຈົ້າເຮັດວຽກເກີນເວລາປົກກະຕິ.
4. ໂບນັດ (Bonus)
ເງິນເພີ່ມທີ່ໃຫ້ເປັນພິເສດ ເຊັ່ນ: ໂບນັດປະຈຳປີ (ໃຫ້ທຸກຄົນຕາມລະດູການ) ແລະ ໂບນັດຕາມຜົນງານ (ໃຫ້ຕາມຄວາມສຳເລັດຂອງແຕ່ລະຄົນ)
5. ຄ່າຄອມມິດຊັ່ນ (Commission)
ເງິນທີ່ໃຫ້ພະນັກງານທີ່ສ້າງລາຍຮັບໃຫ້ທຸລະກິດ ເຊັ່ນ: ພະນັກງານຂາຍສິນຄ້າ.
6. ສະຫວັດດີການອື່ນໆ (Benefits)
ສິ່ງທີ່ຊ່ວຍເບິ່ງແຍງພະນັກງານໃນໄລຍະຍາວ ເຊັ່ນ: ປະກັນສັງຄົມ, ປະກັນສຸຂະພາບ, ກອງທຶນສຳຮອງເລີ້ຍງຊີບ (ເງິນສຳຮອງສຳລັບການບຳນານ) ແລະ ເງິນຊ່ວຍເຫຼືອຕ່າງໆ (ເຊັ່ນ: ງານສົບ, ງານແຕ່ງດອງ)
7. ການຫັກເງິນ (Deductions)
ເງິນທີ່ຖືກຫັກອອກຈາກເງິນເດືອນ ເຊັ່ນ: ອາກອນເງິນເດືອນ ຫລື ອາກອນລາຍໄດ້ບຸກຄົນ, ປະກັນສັງຄົມ ແລະ ເງິນກູ້ທີ່ພະນັກງານຢືມ ແລະ ອື່ນໆ
ການກຳນົດໂຄງສ້າງເງິນເດືອນຕາມຂະໜາດທຸລະກິດ
1. ທຸລະກິດຂະໜາດນ້ອຍ (SMEs)
ໂຄງສ້າງງ່າຍໆ ໂດຍເນັ້ນ: ເງິນເດືອນພື້ນຖາ, ສະຫວັດດີການຂັ້ນພື້ນຖານ ແລະ ອາດມີໂບນັດ ຫຼື ຄ່າຄອມມິດຊັ່ນ ຖ້າມີຍອດຂາຍ ຫຼື ກຳໄລດີ.
2. ທຸລະກິດຂະໜາດກາງ
ເພີ່ມຄ່າຕອບແທນພິເສດ ເຊັ່ນ: ຄ່າເດີນທາງ, ຄ່າເຊົ່າເຮືອນ, ມີໂບນັດປະຈຳປີ ຖ້າທຸລະກິດໄປໄດ້ດີ ແລະ ໂຄງສ້າງສາມາດປັບໄດ້ຕາມຕຳແໜ່ງ.
3. ທຸລະກິດຂະໜາດໃຫຍ່
ໂຄງສ້າງສັບຊ້ອນ ແລະ ແບ່ງຕາມ: ລະດັບຕຳແໜ່ງ, ສາຍອາຊີບ, ມີການປະເມີນຜົນງານ (KPI) ເພື່ອກຳນົດເງິນເດືອນ ແລະ ໂບນັດ, ສະຫວັດດີການຄົບຄຸມ ເຊັ່ນ: ປະກັນສຸຂະພາບລະດັບສູງ ແລະ ອື່ນໆ
ແລ້ວທ່ານເດ ມີຄຳເຫັນແນວໃດ ແລກປ່ຽນກັນໄດ້ ກັບທີມງານ: Bansi Academy