logo

Bansiacdemy

ກຸ່ມບັນຊີ-ການເງິນ ເພື່ອການຮຽນຮູ້

ມາໃຫມ່
ຫ້ອງສະຫມຸດ
ຮ້ານຫນັງສື
ເຟີກຫັດ
VDO
ໂປແກຣມ Accounting
ໂປແກຣມ Tax invoice
ກວດສອບບັນຊີ Auditing

ຖ້າເວົ້າເຖິງ ຜູ້ປະກອບການ ຫຼື ເຈົ້າຂອງທຸລະກິດ ບໍ່ວ່າຈະເປັນທຸລະກິດນ້ອຍ ຫຼື ໃຫຍ່ ສິ່ງທີ່ຕ້ອງມີແທ້ໆ ຄື ທັກສະທີ່ຊ່ວຍໃຫ້ຢູ່ລອດໄດ້ໃນໄລຍະຍາວ ໂດຍມີ 3 ຂໍ້ທີ່ເປັນຫຼັກທີ່ສຳຄັນທີ່ສຸດ ດັ່ງນີ້:

ຫມວດ: ບໍລິຫານ
photo
ຖ້າເວົ້າເຖິງ ຜູ້ປະກອບການ ຫຼື ເຈົ້າຂອງທຸລະກິດ ບໍ່ວ່າຈະເປັນທຸລະກິດນ້ອຍ ຫຼື ໃຫຍ່ ສິ່ງທີ່ຕ້ອງມີແທ້ໆ ຄື ທັກສະທີ່ຊ່ວຍໃຫ້ຢູ່ລອດໄດ້ໃນໄລຍະຍາວ ໂດຍມີ 3 ຂໍ້ທີ່ເປັນຫຼັກທີ່ສຳຄັນທີ່ສຸດ ດັ່ງນີ້: 3 ທັກສະນີ້ໄດ້ແກ່: 1. ການເງິນ → ຮັກສາເລືອດຂອງທຸລະກິດ 2. ຄົນ ແລະ ທີມ → ສ້າງກ້າມເນື້ອໃຫ້ທຸລະກິດເຕີບໂຕ 3. ຍຸທະສາດ ແລະ ການແກ້ບັນຫາ → ເປັນສະໝອງທີ່ນຳພາທຸລະກິດໄປຖືກທິດ ແລະ ເປົ້າໝາຍກຳນົດ. ເພື່ອໃຫ້ເຫັນພາບລະອຽດຂຶ້ນ ຈະຂໍຂະຫຍາຍຄວາມດັ່ງນີ້: 1. ທັກສະການຄຸ້ມຄອງການເງິນ (Financial Management) ຮູ້ຈັກການວາງແຜນກະແສເງິນສົດ (Cash Flow), ແຍກໃຫ້ອອກລະຫວ່າງ ກຳໄລ ກັບ ເງິນສົດທີ່ໝູນວຽນຢູ່ໃນທຸລະກິດ, ຕັດສິນໃຈກ່ຽວກັບການລົງທຶນ, ກູ້ຢືມ, ຫຼື ຊຳລະໜີ້ດ້ວຍເຫດຜົນ ແລະ ເຂົ້າໃຈຕົວເລກພື້ນຖານທາງການເງິນ ເຊັ່ນ: ກຳໄລຂັ້ນຕົ້ນ (Gross Profit), ຈຸດຄຸ້ມທຶນ (Break-even) ແລະ ຜົນຕອບແທນຈາກການລົງທຶນ (ROI) ເປັນຕົ້ນ. - ເພາະທຸລະກິດຫຼາຍແຫ່ງລົ້ມເຫຼວ ບໍ່ແມ່ນຍ້ອນ “ຂາຍບໍ່ໄດ້” ແຕ່ຍ້ອນ “ເງິນສົດໝູນບໍ່ທັນ” 2. ທັກສະການບໍລິຫານຄົນ ແລະ ທີມງານ (People & Leadership Skills) ຈັດສັນໃຫ້ຄົນຢູ່ໃນຕຳແໜ່ງທີ່ເໝາະສົມ (Right People, Right Job), ສ້າງແຮງຈູງໃຈ ແລະ ຄວາມຜູກພັນໃຫ້ກັບທີມງານ, ສື່ສານຢ່າງຊັດເຈນ ເພື່ອຫຼຸດຜ່ອນຄວາມເຂົ້າໃຈຜິດ ແລະ ກ້າມອບໝາຍ ແລະ ໄວ້ວາງໃຈທີມງານ. - ເຈົ້າຂອງທຸລະກິດທີ່ເຮັດທຸກຢ່າງດ້ວຍຕົນເອງຈະເມື່ອຍເກີນໄປ ແລະ ອາດສູນເສຍທິດທາງແບບບໍ່ຮູ້ໂຕ ດ້ວຍເຫດນັ້ນ ການສ້າງທີມ ແລະ ລະບົບທີ່ດີ ຄືຫົວໃຈຂອງການຂະຫຍາຍທຸລະກິດ. 3. ທັກສະການຄິດແບບກົນລະຍຸດ ແລະ ແກ້ບັນຫາ (Strategic Thinking & Problem Solving) ເບິ່ງໃຫ່ເຫັນພາບລວມ ແລະ ແນວໂນ້ມຂອງຕະຫຼາດ ຫຼື ຄູ່ແຂ່ງ, ຄິດວິເຄາະໂອກາດ ແລະ ຄວາມສ່ຽງກ່ອນຕັດສິນໃຈ, ປັບຕົວໄດ້ໄວເມື່ອສະຖານະການປ່ຽນແປງ ແລະ ໃຊ້ຂໍ້ມູນ (Data-driven) ຫຼາຍກວ່າຄວາມຮູ້ສຶກ. - ທຸລະກິດປ່ຽນແປງໄວຫຼາຍ. ຖ້າຂາດການເບິ່ງອະນາຄົດ ແລະ ການວາງແຜນທີ່ດີ ກໍຈະຖືກຕະຫຼາດປະໄວ້ຂ້າງຫຼັງ.
ວັນທີ: 18-11-2025 7:24 AM
ອ່ານທັງຫມົດ

ການຈັດຫາເງິນທຶນໂດຍການເຊົ່າແມ່ນຫຍັງ?

ຫມວດ: ບໍລິຫານ
photo
ການເຊົ່າຊັບສິນເປັນອີກວິທີໜຶ່ງ ທີ່ຈະເຮັດໃຫ້ທຸລະກິດສາມາດໄດ້ຊັບສົມບັດດວ້ຍການ ເຊົ່າເຊັ່ນ: ທີ່ດິນ, ເຄື່ອງ ຈັກ, ອຸປະກອນຕ່າງໆ ມາຮັບໃຊ້ໃນການດໍາເນີນງານໂດຍບໍ່ຕ້ອງຈ່າຍເງິນລົງທຶນເປັນຈຳນວນຫຼວງຫຼາຍ,
ວັນທີ: 29-06-2023 1:46 PM
ອ່ານທັງຫມົດ

ສຳລັບ ຫົວໜ່ວຍວິສາຫະກິດສ້າງຕັ້ງໃໝ່ ພາຍຫຼັງ ໄດ້ຮັບ ການອະນຸຍາດ ສ້າງຕັ້ງບໍລິສັດ ຜ່ານຂະແໜງອຸດສະຫະກໍາ ແລະ ການຄ້າ ແລ້ວຄວນເຮັດແນວໃດຕໍ່ ...

ຫມວດ: ບໍລິຫານ
photo
1. ພາຍຫຼັງ ໄດ້ຮັບ ການອະນຸຍາດ ສ້າງຕັ້ງບໍລິສັດ ຜ່ານຂະແໜງອຸດສະຫະກໍາ ແລະ ການຄ້າ ແລ້ວຈະຕ້ອງມາແຈ້ງຫາ ຂະແໜງສ່ວຍສາອາກອນ ຕາມການສະໂນດນໍາສົ່ງມາ: - ໃບທະບຽນວິສາຫະກິດ ທີ່ອອກຢູ່ ກົມຄຸ້ມຄອງທະບຽນ ແມ່ນໃຫ້ມາ ກົມສ່ວຍສາອາກອນ; - ໃບທະບຽນວິສາຫະກິດ ທີ່ອອກຢູ່ ພະແນກອຸດສະຫະກໍາ ແລະ ການຄ້າແຂວງ ຫຼື ນະຄອນຫຼວງ ແມ່ນໃຫ້ມາ ສ່ວຍສາອາກອນປະຈໍາແຂວງ, ນະຄອນຫຼວງ; - ໃບທະບຽນວິສາຫະກິດ ທີ່ອອກຢູ່ ຫ້ອງການອຸດສະຫະກໍາ ແລະ ການຄ້າເມືອງ ຫຼື ນະຄອນ ແມ່ນໃຫ້ມາ ສ່ວຍສາອາກອນປະຈໍາເມືອງ, ນະຄອນ. 2. ເຈົ້າໜ້າທີ່ສ່ວຍສາອາກອນ ຂອງພະແນກຄຸ້ມຄອງລາຍຮັບ (ຂັ້ນກົມ) ຫຼື ຂະແໜງຄຸ້ມຄອງລາຍຮັບ ແລະ ບໍລິການຜູ້ເສຍອາກອນ (ຂັ້ນແຂວງ) ຫຼື ກຸ່ມວຽກຄຸ້ມຄອງລາຍຮັບ ແລະ ບໍລິການຜູ້ເສຍອາກອນ (ຂັ້ນເມືອງ) ຈະກວດເບິ່ງເອກະສານ ຕາມສະໂນດ ແລະ ແນະນໍາໄປຕາມຂັ້ນຄຸ້ມຄອງທີ່ຖືກຕ້ອງ, ເຊິ່ງເອກະສານປະກອບມີ: ໃບທະບຽນວິສາຫະກິດ, ສັນຍາສ້າງຕັ້ງບໍລິສັດ, ໃບມອບສິດຕ່າງໆ... ຄົບຊຸດຕາມທີ່ ຂະແໜງອຸດສະຫະກໍາ ແລະ ການຄ້າອອກໃຫ້. 3. ເຈົ້າໜ້າທີ່ສ່ວຍສາອາກອນຕາມຂັ້ນທີ່ຮັບຫົວໜ່ວຍຂອງທ່ານເຂົ້າໃນລະບົບ ຈະແນະນໍາລະບຽບການ, ນິຕິກໍາ ກ່ຽວຂ້ອງ ແລະ ນຳໄປປະກອບເອກະສານຕ່າງໆດັ່ງນີ້: - ສຳລັບ ຫົວໜ່ວຍວິສາຫະກິດ ທີ່ຂື້ນກັບກົມ ແມ່ນຈະໄດ້ປະກອບ ຄໍາແນະນຳການປະຕິບັດພັນທະອາກອນ ໃຫ້ແກ່ຫົວໜ່ວຍທຸລະກີດ ຢູ່ພະແນກຄຸ້ມຄອງເກັບລາຍຮັບ, ອອກໃບຢັ້ງຢືນເຂົ້າສູ່ລະບົບອາກອນມູນຄ່າເພີ່ມຢູ່ ພະແນກຄຸ້ມຄອງອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້, ອອກໃບອະນຸຍາດນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ຢູ່ພະແນກຄຸ້ມຄອງໃບເກັບເງິນ ແລະ ສະແຕັມອາກອນ; - ສຳລັບ ຫົວໜ່ວຍ ທີ່ຂື້ນກັບແຂວງ ຫຼື ນະຄອນຫຼວງ ແມ່ນຈະໄດ້ປະກອບ ບົດບັນທຶກຮັບຮູ້ການປະຕິບັດພັນທະອາກອນ ໃຫ້ແກ່ຫົວໜ່ວຍທຸລະກີດ ຢູ່ ຂະແໜງຄຸ້ມຄອງລາຍຮັບ ແລະ ບໍລິການຜູ້ເສຍອາກອນ, ອອກໃບຢັ້ງຢືນເຂົ້າສູ່ລະບົບອາກອນມູນຄ່າເພີ່ມ, ໃບອະນຸຍາດນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ຢູ່ ຂະແໜງຄຸ້ມຄອງອາກອນມູນຄ່າເພີ່ມ, ອາກອນຊົມໃຊ້ ແລະ ໃບເກັບເງິນ; - ສຳລັບ ຫົວໜ່ວຍທີ່ຂື້ນກັບເມືອງ, ນະຄອນ ແມ່ນຈະໄດ້ ປະກອບ ບົດບັນທຶກຮັບຮູ້ການປະຕິບັດພັນທະອາກອນ, ໃບຢັ້ງຢືນເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ຢູ່ ກຸ່ມວຽກ ຄຸ້ມຄອງລາຍຮັບ ແລະ ບໍລິການຜູ້ເສຍອາກອນ, ອອກໃບອະນຸຍາດນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ຢູ່ ກຸ່ມວຽກບໍລິຫານ-ສັງລວມ. 4. ເມື່ອທ່ານ ປະກອບເອກະສານ ຄົບຖ້ວນຖືກຕ້ອງ ແລະ ຮັບຮູ້ການແຈ້ງການມອບດ້ວຍຕົນເອງສຳເລັດແລ້ວ, ທ່ານສາມາດນໍາໃຊ້ເຄື່ອນໄຫວທຸລະກິດຂອງທ່ານໄດ້ເລີຍ.
ວັນທີ: 26-09-2025 3:50 PM
ອ່ານທັງຫມົດ

ທຸລະກິດ ອະສັງຫາລິມະຊັບ ແມ່ນທຸລະກິດແນວໃດ? ( Real Estate Business )

ຫມວດ: ບໍລິຫານ
photo
ທຸລະກິດ ອະສັງຫາລິມະຊັບ ແມ່ນທຸລະກິດແນວໃດ? ( Real Estate Business )
ວັນທີ: 20-09-2022 1:02 PM
ອ່ານທັງຫມົດ

ການກຳນົດ KPI ໃຫ້ພະນັກງານແມ່ນ:

ຫມວດ: ບໍລິຫານ
photo
ການກຳນົດຕົວຊີ້ວັດຜົນງານ (Key Performance Indicators - KPI) ໃຫ້ພະນັກງານເປັນສິ່ງທີ່ສຳຄັນຫຼາຍ ເພາະມັນເປັນຕົວຊີ້ບອກຄວາມສຳເລັດ ແລະ ປະສິດທິພາບໃນການເຮັດວຽກ. ການກຳນົດ KPI ທີ່ດີຄວນມີຄວາມຍຸຕິທຳ, ໂປ່ງໃສ, ແລະ ສອດຄ່ອງກັບເປົ້າໝາຍຂອງອົງກອນ ເພື່ອໃຫ້ພະນັກງານທຸກຝ່າຍຮູ້ສຶກຍຸຕິທຳ ແລະ ມີແຮງຈູງໃຈໃນການເຮັດວຽກ. ຫຼັກການກຳນົດ KPI ທີ່ດີ 1 ສອດຄ່ອງກັບເປົ້າໝາຍຂອງອົງກອນ (Alignment): KPI ຄວນສະທ້ອນເປົ້າໝາຍຂອງອົງກອນ ເຊັ່ນ: ຍອດຂາຍ, ກຳໄລ, ຫຼື ຄຸນນະພາບການບໍລິການ. 2 ຊັດເຈນ ແລະ ວັດແທກໄດ້ (Measurable) : ໃຊ້ຕົວເລກ ຫຼື ເກນທີ່ສາມາດວັດແທກໄດ້ ເຊັ່ນ: ເປີເຊັນ, ຍອດຂາຍ, ຈຳນວນລູກຄ້າ. 3 ສາມາດບັນລຸໄດ້ຈິງ (Achievable): ບໍ່ຄວນກຳນົດ KPI ທີ່ເກີນຄວາມເປັນຈິງ ເພາະຈະເຮັດໃຫ້ພະນັກງານຂາດກຳລັງໃຈ. 4 ກ່ຽວຂ້ອງ ແລະ ມີຄວາມສຳຄັນ (Relevant): KPI ຕ້ອງກ່ຽວຂ້ອງກັບໜ້າທີ່ຂອງພະນັກງານໂດຍກົງ. 5 ກຳນົດໄລຍະເວລາ (Time-Bound): ລະບຸກອບເວລາໃຫ້ຊັດເຈນ ເຊັ່ນ: ລາຍເດືອນ, ລາຍໄຕມາດ ຫຼື ລາຍປີ. ຕົວຢ່າງ KPI ສຳລັບແຕ່ລະພະແນກ 1 ພະແນກຂາຍ (Sales) ຍອດຂາຍຕໍ່ເດືອນ: 1,000,000 ກີບ ຈຳນວນລູກຄ້າໃໝ່: 20 ຄົນຕໍ່ເດືອນ ອັດຕາການປິດການຂາຍ: 30% ຂອງລູກຄ້າທີ່ຕິດຕໍ່. 2 ພະແນກບໍລິການລູກຄ້າ (Customer Service) ຄະແນນຄວາມພໍໃຈຂອງລູກຄ້າ (CSAT): 90% ໄລຍະເວລາຕອບກັບລູກຄ້າ: ພາຍໃນ 5 ນາທີ ຈຳນວນຂໍ້ຮ້ອງຮຽນທີ່ໄດ້ຮັບການແກ້ໄຂ: 95%. 3 ພະແນກບັນຊີ ແລະ ການເງິນ (Finance) ຄວາມຖືກຕ້ອງໃນການບັນທຶກບັນຊີ: 100% ການຈັດທຳລາຍງານການເງິນ: ພາຍໃນ 5 ມື້ຫຼັງສິ້ນສຸດເດືອນ ການຫຼຸດຕົ້ນທຶນການດຳເນີນງານ: 5% ຕໍ່ປີ. ວິທີການກຳນົດ KPI ໃຫ້ດີກັບທຸກຝ່າຍ 1 ຮ່ວມມືໃນການກຳນົດ KPI (Collaborative KPI Setting) ເປີດໂອກາດໃຫ້ພະນັກງານ ແລະ ຜູ້ຈັດການຮ່ວມກັນກຳນົດ KPI ເພື່ອສ້າງຄວາມເຂົ້າໃຈ ແລະ ການຍອມຮັບ. 2 ອະທິບາຍຈຸດປະສົງ (Transparent Communication) ຊີ້ແຈງວ່າ KPI ແຕ່ລະຕົວຖືກກຳນົດຂຶ້ນເພື່ອຫຍັງ ແລະ ຈະສົ່ງຜົນດີຕໍ່ອົງກອນ ແລະ ພະນັກງານແນວໃດ. 3 ປະເມີນ ແລະ ປັບປຸງເປັນໄລຍະ (Regular Review) ປະເມີນ KPI ທຸກໆໄຕມາດ ຫຼື ປີ ເພື່ອໃຫ້ແນ່ໃຈວ່າຍັງຄົງເໝາະສົມກັບສະພາບການເຮັດວຽກ. 4 ໃຫ້ລາງວັນ ແລະ ຜົນຕອບແທນ (Reward and Recognition) ໃຫ້ລາງວັນຕາມຜົນການປະຕິບັດງານ ເພື່ອກະຕຸ້ນໃຫ້ພະນັກງານເຮັດວຽກຕາມ KPI.
ວັນທີ: 12-11-2025 6:19 PM
ອ່ານທັງຫມົດ

ເຈົ້າຢາກເຮັດທຸລະກິດ ທີ່ເຮົາເປັນເຈົ້າຂອງຄົນດຽວ ຈະເປີດໃນຮູບແບບໃດດີ ລະຫວ່າງ ວິສາຫະກິດສ່ວນບຸກຄົນ ແລະ ບໍລິສັດຈຳກັດຜູ້ດຽວ

ຫມວດ: ບໍລິຫານ
photo
ຂໍ້ຄວນພິຈາລະນາດັ່ງນີ້: ກ. ວິສາຫະກິດສ່ວນບຸກຄົນ: - ແມ່ນຮູບແບບທຸລະກິດທີ່ບຸກຄົນດຽວເປັນເຈົ້າຂອງ ແລະ ດຳເນີນງານ. - ບໍ່ມີການແຍກຄວາມຮັບຜິດຊອບທາງດ້ານກົດໝາຍລະຫວ່າງຊັບສິນສ່ວນຕົວຂອງເຈົ້າຂອງ ແລະ ຊັບສິນຂອງວິສາຫະກິດ. ນັ້ນຄື, ເຈົ້າຂອງຕ້ອງຮັບຜິດຊອບໜີ້ສິນຂອງວິສາຫະກິດຢ່າງບໍ່ຈຳກັດ (unlimited liability). - ມັກເປັນທຸລະກິດຂະໜາດນ້ອຍ, ລຽບງ່າຍ ແລະ ບໍ່ຕ້ອງການທຶນຈົດທະບຽນຂັ້ນຕ່ຳທີ່ສູງ. ຕົວຢ່າງ: ຮ້ານຂາຍເຄື່ອງ, ທຸລະກິດຄອບຄົວ, ຫຼື ກິດຈະການບໍລິການສ່ວນບຸກຄົນ. ຂ. ບໍລິສັດຈຳກັດຜູ້ດຽວ: - ແມ່ນຮູບແບບທຸລະກິດທີ່ມີສະຖານະເປັນນິຕິບຸກຄົນ (legal entity), ບ່ອນທີ່ບຸກຄົນດຽວເປັນເຈົ້າຂອງຮຸ້ນທັງໝົດ. - ມີການແຍກຄວາມຮັບຜິດຊອບທາງດ້ານກົດໝາຍລະຫວ່າງຊັບສິນສ່ວນຕົວຂອງເຈົ້າຂອງ ແລະ ຊັບສິນຂອງບໍລິສັດ. ເຈົ້າຂອງຮັບຜິດຊອບພຽງແຕ່ໃນຂອບເຂດທຶນທີ່ລົງທະບຽນໄວ້ (limited liability). - ຕ້ອງມີການຈົດທະບຽນຕາມກົດໝາຍຢ່າງເປັນທາງການ ແລະ ປະຕິບັດຕາມລະບຽບການທີ່ເຂັ້ມງວດກວ່າ, ເຊັ່ນ: ການລາຍງານທາງດ້ານການເງິນ ແລະ ການບັນຊີ. ສ່ວນພັນທະອາກອນທີ່ຕ້ອງປະຕິບັດ ໂດຍລວມແລ້ວບໍ່ໄດ້ຂຶ້ນກັບຮູບການສ້າງຕັ້ງວິສາຫະກິດ ແຕ່ຈະຂຶ້ນກັບຂະໜາດວິສາຫະກິດ ວ່າການດຳເນີນທຸລະກິດ ຖືກຈັດຢູ່ຂະໜາດໃດເຊັ່ນ: - ຖ້າຈັດເປັນ ວິສາຫະກິດຂະໜາດນ້ອຍ, ຂະໜາດກາງ ຫຼື ຂະໜາດໃຫຍ່ ໂດຍລວມຈະປະຕິບັດພັນທະອາກອນຄືກັນ - ຖ້າຈັດເປັນ ຈູນລະວິສາຫະກິດ ຈະຖືກປະຕິບັດພັນທະອາກອນແບບພື້ນຖານ ມີອາກອນລາຍໄດ້ຈູນລະວິສາຫະກິດ 5% ແລະ ສາມາດເລືອກທີ່ຈະເຂົ້າໃນລະບົບອາກອນມູນຄ່າເພີ່ມໄດ້ແບບສະໝັກໃຈ ຫຼື ຈະບໍ່ເຂົ້າກໍໄດ້.
ວັນທີ: 25-09-2025 9:14 PM
ອ່ານທັງຫມົດ

Podcast ຖ້າຢາກເປີດ ບໍລິສັດ ຫຼື ທຸລະກິດຕົນເອງ ກ່ອນອື່ນຕ້ອງຮູ້ຢ່າງໜ້ອຍ 5 ເລື່ອງນີ້

ຫມວດ: ບໍລິຫານ
photo
Podcast ຖ້າຢາກເປີດ ບໍລິສັດ ຫຼື ທຸລະກິດຕົນເອງ ກ່ອນອື່ນຕ້ອງຮູ້ຢ່າງໜ້ອຍ 5 ເລື່ອງນີ້
ວັນທີ: 08-06-2025 9:07 PM
ອ່ານທັງຫມົດ

ການລົງທຶນເຮັດທຸລະກິດຕ້ອງການທັກສະຫຼາຍດ້ານເພື່ອເພີ່ມໂອກາດໃຫ້ປະສົບຜົນສຳເລັດ. ນີ້ຄືບັນດາທັກສະທີ່ສຳຄັນແລະຂາດບໍ່ໄດ້:

ຫມວດ: ບໍລິຫານ
photo
1. ທັກສະດ້ານການວາງແຜນທຸລະກິດ (Business Planning) ການກຳນົດເປົ້າໝາຍ, ວິໄສທັດ ແລະພາລະກິດຂອງທຸລະກິດ: ການວາງທິດທາງທີ່ຈະແຈ້ງໃຫ້ທຸລະກິດເດີນໜ້າໄປຢ່າງມີຈຸດຫມາຍ. ການວິເຄາະຕະຫຼາດ ແລະວາງກົນລະຍຸດການຕະຫຼາດ: ເບິ່ງຄວາມຕ້ອງການຂອງຕະຫຼາດ ແລະວາງແຜນດຶງດູດລູກຄ້າ. ການປະເມີນຄວາມສ່ຽງ ແລະວາງແຜນຮັບມື ຫຼື ແຜນສຳຮອງ 2. ທັກສະດ້ານການບໍລິຫານການເງິນ (Financial Management) ການຈັດທຳງົບປະມານ ແລະບໍລິຫານກະແສເງິນສົດ: ຄວບຄຸມການໃຊ້ຈ່າຍໃຫ້ສົມດຸນກັບລາຍຮັບ. ການວິເຄາະຕົ້ນທຶນ, ກຳໄລ ແລະຂາດທຶນ: ຕິດຕາມຜົນການດຳເນີນງານເພື່ອຮັບປະກັນກຳໄລ ແລະ ຄວາມເຂົ້າໃຈໃນການບໍລິຫານພາສີອາກອນ ແລະ ການເງິນອົງກອນເຊັ່ນ ຮູ້ຈັກກົດໝາຍການເງິນ ເງິນຕາ ຂອງປະເທດ ເພື່ອຫຼີກເວັ້ນບັນຫາ. 3. ທັກສະດ້ານການຕະຫຼາດ ແລະການຂາຍ (Marketing and Sales) ການວິເຄາະພຶດຕິກຳຜູ້ບໍລິໂພກ ແລະແນວໂນ້ມຕະຫຼາດ: ເຂົ້າໃຈຄວາມຕ້ອງການຂອງລູກຄ້າ ແລະປັບຕົວຕາມກະແສ. ການສ້າງກົນລະຍຸດການຕະຫຼາດທັງອອນລາຍ ແລະອອບລາຍ ທັກສະການເຈລະຈາຕໍ່ລອງ ແລະປິດການຂາຍ: ສ້າງຄວາມໄວ້ວາງໃຈໃຫ້ລູກຄ້າ ແລະປະກັນຜົນສຳເລັດໃນການຂາຍ. 4. ທັກສະດ້ານການຈັດການທີມ (Team Management) ພາວະຜູ້ນຳ ແລະການສ້າງແຮງຈູງໃຈໃຫ້ທີມງານ: ນຳພາທີມໃຫ້ມີຄວາມກະຕືລືລົ້ນໃນການເຮັດວຽກ. ການສື່ສານຢ່າງມີປະສິດທິພາບ ແລະການແກ້ໄຂບັນຫາ ການບໍລິຫາຊັບພະຍາກອນມະນຸດ ແລະພັດທະນາບຸກຄະລາກອນ 5. ທັກສະດ້ານການແກ້ໄຂບັນຫາ ແລະການຕັດສິນໃຈ (Problem Solving and Decision Making) - ການວິເຄາະບັນຫາຢ່າງເປັນລະບົບ: ຄົ້ນຫາສາເຫດຂອງບັນຫາແບບມີຂັ້ນຕອນ. - ການຕັດສິນໃຈບົນພື້ນຖານຂໍ້ມູນ ແລະການປະເມີນຄວາມສ່ຽງ: ໃຊ້ຂໍ້ມູນທີ່ມີເພື່ອເລືອກທາງເລືອກທີ່ດີທີ່ສຸດ. - ການຮຽນຮູ້ຈາກຄວາມຜິດພາດ ແລະປັບປຸງຕໍ່ເນື່ອງ 6. ທັກສະດ້ານເທັກໂນໂລຢີ ແລະດິຈິຕອລ (Digital and Technological Skills) - ການໃຊ້ເຄື່ອງມື ແລະແພລດຟອມດິຈິຕອລເພື່ອການຕະຫຼາດ ແລະການຂາຍ - ການວິເຄາະຂໍ້ມູນ (Data Analysis) ເພື່ອການຕັດສິນໃຈ: ນຳຂໍ້ມູນມາວິເຄາະເພື່ອວາງແຜນທຸລະກິດ - ການນຳເທັກໂນໂລຢີມາຊ່ວຍເພີ່ມປະສິດທິພາບໃນທຸລະກິດ 7. ທັກສະດ້ານການສ້າງເຄືອຂ່າຍ (Networking) - ການສ້າງ ແລະຮັກສາຄວາມສຳພັນກັບລູກຄ້າ, ຄູ່ຄ້າ ແລະຜູ້ມີສ່ວນໄດ້ສ່ວນເສຍ - ການເຂົ້າຮ່ວມງານສຳມະນາ ແລະກຸ່ມທຸລະກິດເພື່ອແລກປ່ຽນຄວາມຄິດເຫັນ: ຂະຫຍາຍເຄືອຂ່າຍ ແລະຮຽນຮູ້ຈາກຜູ້ອື່ນ.
ວັນທີ: 31-10-2025 4:11 PM
ອ່ານທັງຫມົດ

ສ້າງຕັ້ງບໍລິສັດ ດ້ວຍທຶນຈົດທະບຽນ 500,000,000 ກີບ ຕ້ອງເສຍຄ່າ ທຳນຽມເທົ່າໃດ?

ຫມວດ: ບໍລິຫານ
photo
ສ້າງຕັ້ງບໍລິສັດ ດ້ວຍທຶນຈົດທະບຽນ 500,000,000 ກີບ ຕ້ອງເສຍຄ່າ ທຳນຽມເທົ່າໃດ? ແມ່ນອີງຕາມ ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ເລກທີ 002/ປປທ, ລົງວັນທີ 11 ມິຖຸນາ 2021
ວັນທີ: 01-09-2025 8:16 AM
ອ່ານທັງຫມົດ

ນັກສຶກສາທີ່ເລືອກຮຽນ ສາຍບໍລິຫານທຸລະກີດ ຄວນລົງເລິກຝຶກຜົນ 7 ດ້ານນີ້ ເພື່ອໃຫ້ເກີດປະໂຫຍດທີ່ສຸດ ເພື່ອນຳມາໃຊ້ຕົວຈິງ ເຊິ່ງໄດ້ແກ່:

ຫມວດ: ບໍລິຫານ
photo
ນັກສຶກສາທີ່ເລືອກຮຽນ ສາຍບໍລິຫານທຸລະກີດ ຄວນລົງເລິກຝຶກຜົນ 7 ດ້ານນີ້ ເພື່ອໃຫ້ເກີດປະໂຫຍດທີ່ສຸດ ເພື່ອນຳມາໃຊ້ຕົວຈິງ ເຊິ່ງໄດ້ແກ່: 1. ການຈັດການ ແລະ ການວາງແຜນ (Management & Strategy) ການວາງແຜນທຸລະກິດທັ້ງລະຍະສັ້ນ ແລະ ລະຍະຍາວ, ການຈັດໂຄງສ້າງອົງກອນ ແລະ ການມອບໝາຍວຽກງານ, ການບໍລິຫານເວລາ ແລະ ຊັບພະຍາກອນ 2. ການເງິນ ແລະ ບັນຊີ (Finance & Accounting) ການວິເຄາະການເງິນ ເຊັ່ນ: ຜົນການດຳເນີນງານ, ຖານະການເງິນ ແລະ ກະແສເງິນສົດ ເພື່ອສາມາດປະເມີນຄວາມສ່ຽງ ແລະ ສັກກະຍະພາບຂອງທຸລະກິດ ເຊິ່ງຈະຊ່ວຍໃຫ້ສາມາດກຳນົດທິດທາງແກ້ໄຂ, ປັບປຸງ ດ້ານອ່ອນ ຫຼື ເສີມຂະຫຍາຍຈຸດແຂງຂອງຕົນ. ການບໍລິຫານຕົ້ນທຶນ ແລະ ກໍາໄລ ເພື່ອສາມາດຄວບຄຸມຕົ້ນທຶນໃຫ້ມີປະສິດທິຜົນ ແລະ ທີ່ຂາດບໍ່ໄດ້ກໍຄືເລື່ອງການວາງແຜນພາສີອາກອນ ແລະ ເງິນທຶນໝູນວຽນ ຂອງອົງກອນໃຫ້ພຽງພໍກັບການດຳເນີນ ຫຼື ຂະຫຍາຍທຸລະກິດ. 3. ການຕະຫຼາດ ແລະ ລູກຄ້າ (Marketing & Customer Insight) ຄວນສຶກສາດ້ານການວິເຄາະຕະຫຼາດ ແລະ ພຶດຕິກຳຜູ້ບໍລິໂພກ, ຍຸທະສາດການສ້າງ Branding ແລະ ການສື່ສານການຕະຫຼາດ ລວມທັງການເບິ່ງແຍງ ແລະ ຮັກສາລູກຄ້າ (CRM) ໃຫ້ມີປະສິດທິຜົນ ເພື່ອເພີ່ມໂອກາດໃນສ່ວນແບ່ງຕະຫຼາດໃຫ້ສູງຂຶ້ນ 4. ບຸກຄະລາກອນ (Human Resource Management – HRM) ຄວນສຶກສາກ່ຽວກັບ ວິທີການຮັບເຂົ້າ ແລະ ການພັດທະນາພະນັກງານ, ການສ້າງແຮງຈູງໃຈ ແລະ ວັດທະນະທໍາອົງກອນ, ການປະເມີນຜົນງານ ແລະ ການບໍລິຫານທີມງານ 5. ການປະຕິບັດງານ ແລະ ໂລຈິສຕິກ (Operations & Logistics) ຄວນລົງເລິກສຶກສາກ່ຽວກັບ ການວາງລະບົບວຽກງານໃຫ້ມີປະສິດທິພາບ, ການຈັດການຊັບພະຍາກອນສິນຄ້າ ແລະ ຮ່ວງໂສ້ອຸປະທານ, ການຄວບຄຸມຄຸນນະພາບສິນຄ້າ ແລະ ການບໍລິການ 6. ເທັກໂນໂລຊີ ແລະ ນະວັດຕະກໍາ (Technology & Innovation) ຄືການສຶກສາ ການໃຊ້ຊອບແວ/ລະບົບ ERP ຫຼື ໂປຣແກຣມບັນຊີ, ການເຮັດ Digital Transformation (ການຕະຫຼາດອອນລາຍ, AI, Big Data), ການພັດທະນາສິນຄ້າ ແລະ ບໍລິການໃຫມ່ໃຫ້ສອດຄ່ອງກັບຄວາມຕ້ອງການຕະຫຼາດ 7. ກົດໝາຍ ແລະ ການຄຸ້ມຄອງຕາມລະບຽບການ (Legal & Compliance) ຄວນສຶກສາກ່ຽວກັບ ຄວາມຮູ້ກ່ຽວກັບກົດໝາຍທຸລະກິດ, ສ່ວຍສາອາກອນ, ພາສີ, ແຮງງານ ແລະ ກົດໝາຍອື່ນໆທີ່ຕິດພັນກັບທຸລະກິດ ເຊັ່ນ: ການປົກປ້ອງຊັບສິນທາງປັນຍາ (IP), ການເຮັດສັນຍາ ແລະ ການປ້ອງກັນຄວາມສ່ຽງທາງ ກົດໝາຍ
ວັນທີ: 03-09-2025 8:01 AM
ອ່ານທັງຫມົດ
ຫມວດຫມູ່ຂ່າວສານ
  • ບັນຊີທົ່ວໄປ
  • ກົດໝາຍ
  • ການເງິນ
  • ຫ້ອງສະຫມຸດ
  • ປະຖົມ-ມັດທະຍົມ
  • ການຕະຫລາດ (Marketing)
  • ເສດຖະສາດ
  • ບໍລິຫານ
  • ເອກະສານທາງການ
  • ສະໝັກງານ Hiring
  • ກວດສອບບັນຊີ Auditing
  • ຄູ່ມືນຳໃຊ້ໂປຣແກຣມ ປະກາຍທິບ (Pakaithip Software)
ຮ້ານຫນັງສື eBook
ທັງຫມົດ
ບັນຊີວິສາຫະກິດ I : ການວິເຄາະ ແລະ ການເດີນບັນຊີ (ລະບົບປີ 2020)
ບັນຊີວິສາຫະກິດ I : ການວິເຄາະ ແລະ ການເດີນບັນຊີ (ລະບົບປີ 2020)50,000
Grammar Parts of Speech   Lesson 1. Pronoun (ຄຳແທນນາມ)
Grammar Parts of Speech Lesson 1. Pronoun (ຄຳແທນນາມ)free
ຜັງບັນຊີ (ລະບົບປີ 2020 ສະບັບທີ່ມີ ພາສາລາວ ແລະ ພາສາອັງກິດ) ສຳລັບວິສາຫະກິດທີ່ບໍ່ຮັບໃຊ້ຜົນປະໂຫຍດສາທາລະນະ
ຜັງບັນຊີ (ລະບົບປີ 2020 ສະບັບທີ່ມີ ພາສາລາວ ແລະ ພາສາອັງກິດ) ສຳລັບວິສາຫະກິດທີ່ບໍ່ຮັບໃຊ້ຜົນປະໂຫຍດສາທາລະນະfree
(ແຈກຟຣີ) ປື້ມຄູ່ມືແນະນຳກ່ຽວກບັການອອກໃບອະນຸຍາດ ດຳເນີນທຸລະກິດຢູ່ ສປປລາວ ປີ 2021
(ແຈກຟຣີ) ປື້ມຄູ່ມືແນະນຳກ່ຽວກບັການອອກໃບອະນຸຍາດ ດຳເນີນທຸລະກິດຢູ່ ສປປລາວ ປີ 2021 free